HACHINOHE HISTORIA

ເມືອງແຄມທະເລ ຮະຈິໂນະເຮະ ラオス

ສ.ປ.ປ.ລາວ ມິນິນ້ອຍ
ラオス ミニノイさん

ເມືອງຮະຈິໂນະເຮະຕັ້ງຢູ່ພາກຕະເວັນອອກຂອງແຂວງອາໂອໂມລິ.

ເມືອງນີ້ເປັນໜຶ່ງໃນສາມເມືອງໃຫຍ່ທີ່ເປັນສູນກາງຂອງແຂວງອາໂອໂມລິ.

ພ້ອມກັນນັ້ນ,ພື້ນທີ່ແຫ່ງນີ້ຍັງເຄີຍເປັນທີ່ຕັ້ງຂອງແຄວ້ນຮາຈິໂນະເຮະມາກ່ອນດ້ວຍເຮັດໃຫ້ເຮົາສາມາດເຂົ້າເຖິງສະຖານທີ່ຕ່າງໆທີ່ຍັງຄົງເຫຼືອຢູ່ເປັນຕົ້ນແມ່ນປະສາດເນະໂຈ, ນອກນັ້ນຍັງມີອາຫານ ແລະວັດທະນະທໍາທີ່ເປັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ການທ່ອງທ່ຽວໃນຮາຈິໂນະເຮະແມ່ນມີຄວາມສະດວກສະບາຍຫຼາຍເນື່ອງຈາກວ່າເມືອງແຫ່ງນີ້ມີລົດໄຟຊິນຄັນເຊັນແລ່ນຜ່ານເຊິ່ງເປັນສາຍລົດໄຟທີ່ແລ່ນຜ່ານທົ່ວປະເທດຍີ່ປຸ່ນ.

ເມື່ອເວົ້າເຖິງແຂວງອາໂອໂມລິ,ຫຼາຍຄົນອາດຈະຄິດວ່າເປັນເຂດທີ່ຫິມະຕົກຫຼາຍແຕ່ຄວາມເປັນຈິງແລ້ວເມື່ອປຽບທຽບເມືອງຮາຈິໂນະເຮະກັບເມືອງອື່ນໆໃນແຂວງອາໂອໂມລິແມ່ນຮິມະບໍ່ຄ່ອຍຕົກຫຼາຍປານໃດ.

ຍິ່ງກວ່ານັ້ນອາກາດໃນເມືອງແຫ່ງນີ້ເອື້ອອໍານວຍຕໍ່ການດຳລົງຊີວິດບໍ່ວ່າຈະເປັນລະດູຮ້ອນກໍ່ຕາມອາກາດກໍຍັງມີຄວາມເຢັນສະບາຍ.

ດ້ວຍເຫດນີ້ເຖິງວ່າຂ້ອຍຈະດຳລົງຊີດວີດໃນເມືອງແຫ່ງນີ້ບໍທັນເຖິງໜຶ່ງປີເຕັມແຕ່ຂ້ອຍສາມາດເວົ້າໄດ້ວ່າຂ້ອຍຊິນເຄີຍກັບອາກາດໃນເມືອງນີ້ແລ້ວເພາະວ່າເມື່ອປຽບທຽບກັບໂພນສະຫວັນ(ພູມລຳເນົາ)ແມ່ນບໍ່ຄ່ອຍແຕກຕ່າງກັນຫຼາຍປານໃດ.

ເມືອງນີ້ມີຈຸດຊົມວິວທະເລທີ່ດີທີ່ສຸດຮຽກວ່າຊາຍຝັ່ງທະເນຊາຊິເຊິ່ງຖືກກຳນົດໃຫ້ເປັນຈຸດຊົມວິວແຫ່ງຊາດ.ພ້ອມນັ້ນ, ລຽບຕາມຊາຍຝັ່ງຍັງສາມາດຊົມນົກນາງນວນຫາງດຳໄດ້ດ້ວຍ.

ຢູ່ໃກ້ໆຊາຍຝັ່ງຍັງມີສະຖານທີ່ທ່ອງທ່ຽວຮຽກວ່າຄາບຸຊິມະເຊິ່ງເປັນສະຖານທີ່ທີ່ມີຊື່ສຽງໃນຖານະທີ່ເປັນແຫຼ່ງຂະຫຍາຍພັນຂອງນົກນາງນວນຫາງດຳ.

(画像提供者:カルロス セケーラさん)
(画像提供者:カルロス セケーラさん)

ເນື່ອງຈາກວ່າບໍ່ເຄີຍກິນແກງເຊັມເບ່ທີ່ມີວັດຖຸດິບວິເສດເປັນສ່ວນປະສົມເປັນຕົ້ນແມ່ນອິຈິໂງະນິ, ໃນຕອນທຳອິດຂ້ອຍຄິດວ່າມັນອາດຈະບໍ່ແຊບແຕ່ເມື່ອໄດ້ລອງກິນແລ້ວຂ້ອຍສາມາດບອກໄດ້ເລີຍວ່າແກງເຊັມເບ່ເປັນອາຫານທີ່ແຊບທີ່ສຸດເທົ່າທີ່ເຄີຍກິນມາເລີຍ.

ອາຫານທີ່ເປັນເອກະລັກຂອງເມືອງຮະຈິໂນະແມ່ນມີຫຼາຍ, ແຕ່ສິ່ງທີ່ຢາກນຳສະເໜີແມ່ນອິຈິໂງະນິ, ຄຳວ່າ”ອິຈິໂງະ”ໃນພາສາຍີ່ປຸ່ນມີຄວາມໝາຍວ່າໝາກສະຕໍເບີຣີ່ເຮັດໃຫ້ຫຼາຍຄົນອາດຈະຄິດວ່າອິຈິໂງະນິແມ່ນໝາກສະຕໍເບີຣີ່ຕົ້ມແຕ່ຄວາມເປັນຈິງແລ້ວບໍ່ແມ່ນແບບນັ້ນ.

ນອກຈາກນີ້, ເມືອງຮະຈິໂນະເຮະຍັງມີທ່າເຮືອປະມົງ, ທ່າເຮືອການຄ້າ ແລະ ທ່າເຮືອອຸດສາຫະກຳໃນພື້ນທີ່ແຄມຝັ່ງ ແລະມີລັກສະນະເປັນພື້ນທີ່ອຸດສາຫະກຳທີ່ຢູ່ດ້ານຫຼັງພື້ນທີ່ຊາຍຝັ່ງ.

ດ້ວຍເຫດນັ້ນ, ເຮັດໃຫ້ເມືອງຮະຈິໂນະເຮະເປັນທີ່ຮູ້ຈັກກັນໃນນາມທີ່ເປັນໜຶ່ງໃນເມືອງປະມົງ ແລະ ອຸດສາຫະກຳອັນກ້າວໜ້າຂອງຍີ່ປຸ່ນທີ່ມີສິ່ງອຳນວຍຄວາມສະດວກທີ່ດີເລີດທີ່ກ່ຽວຂ້ອງກັບທ່າເຮືອປະມົງ ແລະ ອຸດສາຫະກຳ.

ນອກຈາກຈະຕິດກັບທະເລແລ້ວ, ຍັງມີພູເຊັ່ນ ພູນາຄຸອິດາເກະ ແລະ ພູຮາຊິຄາມິເຊິ່ງລຽງລາຍເປັນທິວທັດທີ່ສວຍງາມ.

ພ້ອມນັ້ນ, ພາຍໃນເມືອງຍັງມີແມ່ນໍ້າສາມສາຍໄຫຼຜ່ານກໍຄື ແມ່ນໍ້າມາບຶຈິ, ແມ່ນໍ້າໂອອິລະເສະ ແລະ ແມ່ນໍ້ານິອິດະ.

ສະພາບແວດລ້ອມທີ່ອຸດົມສົມບູນໄປດ້ວຍທຳມະຊາດ, ພູຜາ ແມ່ນໍ້າ ແລະ ທະເລຂອງເມືອງນີ້ເຮັດໃຫ້ສາມາດເວົ້າໄດ້ວ່າສິ່ງເຫຼົ່ານີ້ເປັນລັກສະນະພິເສດຂອງເມືອງຮະຈິໂນະເຮະ.

(画像提供者:カルロス セケーラさん)
(画像提供者:カルロス セケーラさん)

ນອກເໜືອຈາກນີ້, ເມືອງຮາຈິໂນະເຮະມີຍັງເປັນທີ່ຮູ້ຈັກໃນນາມຂອງເມືອງທີ່ປອດໄພແລະມີອັດຕາການເກີດອາສະຍາກຳຮ້າຍແຮງແມ່ນຕໍ່າຫຼາຍ, ເຖິງແມ່ນວ່າຈະມີຜູ້ຄົນມາກໜ້າຫຼາຍຕາຫຼາກຫຼາຍເຊື້ອຊາດອາໄສຢູ່ໃນເມືອງນີ້ກໍຕາມ.

ໜຶ່ງໃນເຫດຜົນທີ່ເມືອງນີ້ສາມາດຮັກສາຄວາມປອດໄພໄດ້ແມ່ນ, ເມືອງນີ້ມີລະບົບການແຈ້ງເຕືອນຜ່ານອີເມວ, ເຊິ່ງຜູ້ທີ່ໄດ້ລົງທະບຽນນໍາໃຊ້ລະບົບອີເມວນີ້ຈະໄດ້ຮັບການແຈ້ງເຕືອນທັນທີທີ່ເກີດເຫດການຕ່າງໆໃນເມືອງ. 

ຕາມທີ່ກ່າວມາຂ້າງເທິງ, ໃນຄັ້ງນີ້ໄດ້ກ່າວເຖິງສະເໜ່ຂອງເມືອງຮະຈິໂນະເຮະເປັນຕົ້ນແມ່ນທິວທັດຂອງຊາຍຝັ່ງທະເນຊາຊິແລະຄວາມອຸດົມສົມບູນຂອງທະເລຯ.

ຖ້າຫາກມີໂອກາດກະລຸນາມາທ່ຽວທີ່ເມືອງຮະຈິໂນະແລ້ວທ່ານຈະໄດ້ຮັບປະສົບການອັນລໍ້າຄ່າທີ່ບໍ່ມີວັນລືມ.

【日本語概要】

海岸の街 八戸

ラオス ミニノイさん

八戸市は、青森県の東部に位置する都市です。青森市、弘前市、そして八戸市、これらの都市を合わせて、青森三大都市というように言われています。また、かつてこの地は八戸藩が置かれていた街。それを彷彿させるようなグルメや文化財があったり、所々で城下町のような名残を感じられたりします。八戸には東北新幹線が停車するので、観光の際には便利です。

青森といえば、雪がとても降っているというイメージを持っている人もいるかもしれません。実はここ八戸市、県内の他の地域に比べると雪がそこまで降らないんです。しかも夏は涼しいので、1年を通して暮らしやすい気候に恵まれています。私の住むラオスのポーンサワン市に比べるとそんなに違いがないから、まだ一年間経過してもう八戸市の気候に慣れました。

八戸市には種差海岸という最高のオーシャンビュースポットがありまして、なんと国の名勝にも指定されているんです。その壮大で開放的な空間は、人々を魅了します。なんと、海岸ではウミネコを見ることができます。近隣には蕪島という観光スポットがありまして、ウミネコの繁殖地として有名なんです。とても癒されるのでおすすめですよ。

いちご煮などの特別な材料が入ったせんべい汁を食べたことがないため、最初に嫌だと思ったんですが、食べてから「あれ!」こんな美味い料理も存在するんだと驚きました。八戸ならではのグルメが数多く揃っています。なお補足ですが「いちご煮」とは果物のいちごを煮たものではありません。八戸グルメを思う存分に楽しめるスポットが多数ありますよ。

八戸市は、臨海地域に大規模な漁港、商業港、工業港があり、臨海部の後方には工業地帯が広がっているのが特徴です。そのため、漁港や工業に関する優れた施設が集まる日本屈指の水産・工業都市として知られています。海に面しているだけでなく、名久井岳や階上岳などの山々があり、美しい景観を形成しています。

また、市内は、新井田川、奥入瀬川、馬淵川という3本の河川が流れており、海と山、川と自然に恵まれた環境が八戸市の特色と言えるでしょう。さらに、八戸市は多くの人口を抱えていながら、重犯罪が発生することのない治安の良い都市として知られています。治安が守られている理由の一つが、八戸市の自治体が行っている八戸市安全・安心情報メール配信サービスである「ほっとスルメール」で知らせしますが、ラオスではこんな安全・安心情報メールがないため、何か起こるとテレビやフェスブックだけで知らせします。突然の場合だと、不正確な情報を得る可能性があります。このメールサービスは、八戸市で起きた災害や犯罪に関する情報を、登録した人にいち早くメールで知らせてくれます。配信情報は、気象や火災、震災などに関する情報、大きな事件や防犯、交通安全情報などです。

 以上、今回は「八戸の魅力や特徴とは?種差海岸の絶景と新鮮な海の幸」という内容でお届けしました。機械があれば是非一回八戸市に来てください。

2023年2月掲載